ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເປີດຊຸດຝຶກອົບຮົມໄລຍະສັ້ນວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບຄັ້ງທີ II


ສະຫາຍ ພົນຕີ ສອນທອງ ພົມລາວົງ, ກໍາມະການຄະນະປະຈໍາພັກ ກະຊວງປ້ອງກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ ​ເປັນ​ປະທານ

    ພິທີເປີດຊຸດຝຶກອົບຮົມໄລຍະສັ້ນວຽກງານໂຄສະນາ-ປາຖະກະຖາ ທົ່ວກອງທັບຄັ້ງທີ II ໄດ້ຈັດຂື້ນໃນ ວັນທີ 15 ສິງຫາ 2023 ນີ້, ຢູ່ທີ່ໂຮງ
ຮຽນທິດສະດີການເມືອງກອງທັບ, ໂດຍການເປັນປະທານຂອງ ສະຫາຍ ພົນຕີ ສອນທອງ ພົມລາວົງ, ກໍາມະການຄະນະປະຈໍາພັກ ກະຊວງປ້ອງ
ກັນປະເທດ, ຮອງຫົວໜ້າກົມໃຫຍ່ການເມືອງກອງທັບ, ເຂົ້າຮ່ວມມີສະຫາຍ ພົນຈັດຕະວາ ຄໍາຜາຍ ສະພັງເໜືອ, ເລຂາຄະນະພັກ, ຫົວໜ້າການ
ເມືອງ, ໂຮງຮຽນທິດສະດີການເມືອງກອງທັບ, ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ, ຫົວໜ້າກົມໂຄສະນາອົບຮົມ-ກົມໃຫຍ່ການເມືອງ
ກອງທັບ, ຄະນະພັກ-ຄະນະອໍານວຍການໂຮງຮຽນ, ກົມຈັດຕັ້ງພັກ, ກົມພະນັກງານ ຄະນະຮັບຜິດຊອບ, ຄູ-ອາຈານ, ພະນັກງານ ແລະ ນັກສໍາມະ
ນາກອນ ເຂົ້າຮ່ວມ.

     ສະຫາຍ ພົນຈັດຕະວາ ແປ້ນຄໍາ ບຸດຈັນແພງ ຫົວໜ້າກົມໂຄສະນາອົບຮົມ-ກົມໃຫຍ່ການເມືອງກອງທັບ ໄດ້ຂື້ນຜ່ານບົດລາຍງານແຜນການຝຶກ
ອົບຮົມ ແລະ ຜ່ານຂໍ້ຕົກລົງຂອງ ກະຊວງປ້ອງກັນປະເທດ ວ່າດ້ວຍການອະນຸມັດໃຫ້ ກົມໂຄສະນາອົບຮົມ ຈັ້ງຕັ້ງຝຶກອົບຮົມ ວຽກງານໂຄສະນາ-ປາ
ຖະກະຖາ ໄລຍະສັ້ນທົ່ວກອງທັບຄັ້ງທີ II ສະບັບເລກທີ 1995/ກປທ, ລົງວັນທີ 22 ມີນາ 2023. ຊຸດຝຶກອົບຮົມໄລຍະສັ້ນ ວຽກງານໂຄສະນາ-ປາ
ຖະກະຖາ ມີຜູ້ເຂົ້າຮ່ວມຝຶກອົບຮົມທັງໝົດ 126 ສະຫາຍ, ແບ່ງອອກເປັນ 02 ຊຸດ, ຊຸດທີ 01 ມີຈໍານວນພົນ 45 ສະຫາຍ, ຊຸດທີ 02 ມີຈໍານວນ
ພົນ 81 ສະຫາຍ(ຍິງ 04 ສະຫາຍ), ກໍານົດເວລາ ຝຶກອົບຮົມຊຸດລະ 14 ວັນ, ມີຊັ້ນແຕ່ຂັ້ນ ພັນເອກ ລົງຮອດ ຮ້ອຍໂທ, ເຊີງພາກສ່ວນເຂົ້າຮ່ວມ
ຝຶກອົບຮົມມາຈາກ 71 ຫົວໜ່ວຍກົມກອງໃນທົ່ວກອງທັບ, ມີພະນັກງານຂັ້ນຫົວໜ້າຫ້ອງການເມືຶອງ, ຮອງພະແນກການເມືອງ, ບັນດາອົງການກົມ
ໃຫຍ່, ກອງພົນ, ກອງບັນຊາການ, ວິທະຍາຄານ, ໂຮງຮຽນ ແລະ ພະນັກງານວິຊາການໂຄສະນາຂັ້ນຫົວໜ້າພະແນກ, ຫົວໜ້າຂະແໜງເຂົ້າຮ່ວມ.
ການຝຶກອົບຮົມໃນຄັ້ງນີ້ໂດຍມີຈຸດປະສົງ ເພື່ອຍົກລະດັບຄວາມຮູ້, ຄວາມສາມາດທາງດ້ານທິດສະດີການເມືອງ, ທັກສະໃນການໂຄສະນາ-ປາຖະກະ
ຖາ ຢູ່ບັນດາກົມກອງກໍາລັງຫຼວງ, ກໍາລັງທ້ອງຖິ່ນ, ຮູ້ໝູນໃຊ້ທິດສະດີ ແລະ ພຶດຕິກໍາ ເຂົ້າໃນວຽກງານຕົວຈິງ, ມີສະຕິຕໍ່ການຈັດຕັ້ງ, ປະຕິບັດບັນດາ
ຂໍ້ກໍານົດກົດລະບຽບຂອງໂຮງຮຽນວາງອອກຢ່າງເຂັ້ມງວດ ແລະ ປະກອບສ່ວນເຂົ້າໃນການປັບປຸງກໍ່ສ້າງ ໂຮງຮຽນທິດສະດີການເມືອງກອງທັບ ໃຫ້
ມີຄວາມເຕີບໃຫຍ່ເຂັ້ມແຂງຕາມຄໍາຂວັນທີ່ວ່າ: ກໍ່ສ້າງໂຮງຮຽນທິດສະດີການເມືອງກອງທັບ ໃຫ້ກາຍເປັນເບົ້າຫຼໍ່ທາງດ້ານການເມືອງ, ແນວຄິດປອດ
ໃສເຂັ້ມແຂງໜັກແໜ້ນ, ສາມາດຮັບຮູ້ໄດ້ບັນດາຫຼັກມູນພື້ນຖານໃນການເປີດກວ້າງຄວາມຮູ້ຕໍ່ກັບໂລກະທັດ, ວິໄສທັດ, ສັດຈະວິພາກ, ກົດເກນການ
ຄົງຕົວ ແລະ ຂະຫຍາຍຕົວຂອງສັງຄົມ, ສ້າງໃຫ້ມີຈິນຕະນາການອັນໃໝ່​ໃນການເບິ່ງບັນຫາ ແລະ ການແກ້ໄຂບັນຫາຕ່າງໆທີ່ອາດຈະເກີດຂື້ນ, ເຫັນ
ໄດ້ການເຕີບໃຫຍ່ຂະຫຍາຍຕົວຂອງສັງຄົມ, ຄວາມຈໍາເປັນໃນການສ້າງພະນັກງານນໍາພາ-ບັນ ຊາ, ພະນັກງານວິຊາສະເພາະຢູ່ໃນກອງທັບໃນໄລຍະໃໝ່,
ກໍາແໜ້ນແນວທາງນະໂຍບາຍຂອງພັກ, ກົດໝາຍຂອງລັດ ແລະ ລະບຽບຂອງກອງທັບ ຮູ້ໄດ້ຫຼັກການບາດກ້າວດໍາເນີນວຽກງານພັກວຽກງານການເມືອງ
ໃນການປັບປຸງກໍ່ສ້າງກໍາລັງ ກໍ່ຄືການເຄື່ອນໄຫວໂຄສະນາຂົນຂວາຍສັດຕູໃນແຕ່ລະຮູບການ. ທັງເປັນການປະກອບສ່ວນເຂົ້າໃນການກະກຽມ ແລະ ຈັດ
ຕັ້ງສະເຫຼີມສະຫຼອງວັນສ້າງຕັ້ງກອງທັບ ຄົບຮອບ 75 ປີ, ພ້ອມກັນນັ້ນກໍເປັນສ່ວນໜື່ງໃນການຈັດຕັ້ງປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ XI ຂອງພັກ
ແລະ ປະຕິບັດ 4 ໜ້າທີ່ໃຫຍ່ 26 ແຜນງານ ຂອງກະຊວງປ້ອງກັນປະເທດ ວາງອອກໃຫ້ປະກົດຜົນເປັນຈີງ.

     ໃນໂອກາດດັ່ງກ່າວນີ້ ສະຫາຍ ພົນຕີ ສອນທອງ ພົມລາວົງ ກໍ່ໄດ້ໂອ້ລົມຫຼາຍບັນຫາທີ່ສໍາຄັນ ເຊິ່ງສະຫາຍຍົກໃຫ້ເຫັນສະພາບການຂອງໂລກ, ສາ
ກົນ ແລະ ພາກພື້ນ ພ້ອມທັງເນັ້ນໃຫ້ແຕ່ລະພາກສ່ວນເພີ່ມທະວີການສຶກສາອົບຮົມການເມືອງ-ນໍາພາແນວຄິດໃຫ້ພະນັກງານ-ນັກຮົບ ມີຄວາມຮັບ
ຜິດຊອບສູງຕໍ່ໜ້າທີ່ການເມືອງຂອງຕົນ, ເພີ່ມທະວີການນໍາພາ, ຄຸ້ມຄອງທຸກຂະແໜງການທີ່ພົວພັນເຖິງວຽກງານອົບຮົມ-ກໍ່ສ້າງ ເພື່ອເຮັດໃຫ້ວຽກ
ງານອົບຮົມດໍາເນີນໄປຕາມລະບຽບການ, ປັບປຸງບັນດາເອກະສານຮັບໃຊ້ການຝຶກອົບຮົມໃຫ້ເປັນລະບົບຄົບຊຸດ, ມີເນື້ອໃນຄົບຖ້ວນ. ສ່ວນນັກສໍາມະ
ນາກອນພາຍຫຼັງກັບຄືນກົມກອງ ຕ້ອງສືບຕໍ່ຄົ້ນຄວ້າຮໍ່າຮຽນ ແລະ ນໍາເອົາທິດສະດີ, ຫຼັກການ, ບັນດາບົດຮຽນທີ່ໄດ້ຮຽນມາໄປຈັດຕັ້ງຜັນຂະຫຍາຍ
ເຂົ້າໃນວຽກງານຕົວຈິງຂອງຕົນ ແລະ ກົມກອງໃຫ້ເກີດດອກອອກຜົນ, ເອົາໃຈໃສໃນການຝຶກຝົນຫຼໍ່ຫຼອມຕົນເອງປະກອບສ່ວນເຂົ້າໃນວຽກງານການ
ປັບປຸງກົມກອງໃຫ້ມີໃບໜ້າອັນໃໝ່ ແລະ ມີຄວາມເຂັ້ມແຂງໜັກແໜ້ນໃນທຸກດ້ານ.

ແຫຼ່ງທີ່ມາ ສິບຕີ ນ. ເກດແກ້ວ ໄຊສົມພັນ
ວັນທີ 16/08/2023